Jump to content

ເອັນຄານໂຕ້

ຈາກ ວິກິພີເດຍ

ເອັນຄານໂຕ້ (ອັງກິດ: Encanto) ເປັນຮູບເງົາປະເພດຄອມພິວເຕີອານິເມຊັນແນວຈິນຕະນາການ, ຄວາມສຸກ, ຄວາມໂສກເສົ້າ ທີ່ອອກສາຍໃນປີ ພ.ສ. 2564 ອຳນວຍການສ້າງໂດຍວໍລດິສນີອານິເມຊັນສະຕູດີໂອສ໌ແລະຈັດຈຳໜ່າຍໂດຍວໍລດິສນີສະຕູດີໂອສ໌ໂມຊັນພິກເຊີ[1][2] ເປັນຮູບເງົາອານິເມຊັນລຳດັບທີ່ 60 ທີ່ສ້າງໂດຍສະຕູດີໂອ ກຳກັບໂດນ Jared Bush ແລະ Byron Howard ຮ່ວມກຳກັບໂດຍນັກຂຽນ Charise Castro Smith ແລະອຳນວຍການສ້າງໂດຍ Yvett Merino ແລະ Clark Spencer ຂຽນເພງອໍລິຈີນໍລ Lin-Manuel Miranda ຜູ້ພາກສຽງຕົວລະຄອນຫຼັກແມ່ນ Stephanie Beatriz, María Cecilia Botero, John Leguizamo, Mauro Castillo, Jessica Darrow, Angie Cepeda, Carolina Gaitán, Diane Guerrero ແລະ Wilmer Valderrama.

ຮູບເງົາສາຍຮອບປະຖົມມະທັດທີ່ໂຮງຮູບເງົາ El Capitan Theatre ໃນລອສແອນເຈີລີສເມື່ອວັນທີ ພະຈິກ ພ.ສ. 2564 ຮູບເງົາໄດ້ອອກສາຍໃນປະເທດສະຫະລັດອາເມລິກາເມຶ່ອວັນທີ 24 ພະຈິກ ພ.ສ. 2564 ໄດ້​ຮັບ​ຄໍາ​ເຫັນໃນທາງບວກຈາກນັກວິຈານແລະເຮັດລາຍໄດ້ທົ່ວໂລກ 72.5 ລ້ານໂດລ້າສະຫະລັດ ຮູບເງົານີ້ແມ່ນບໍ່ໄດ້ອອກສາຍໃນປະເທດລາວເນື່ອງຈາກສະຖານະການໂຄວິດ-19

ອ້າງອິງ

ແມ່ແບບ:ລາຍການອ້າງອິງ

  1. "New Disney Animation Movie 'Encanto' Reportedly Lands 'Moana' and 'Zootopia' Directors", Collider, June 17, 2020
  2. Anderton, Ethan. "Details on Disney's New Animated Movie 'Encanto' from 'Zooptopia' Directors Come to Light", /Film, June 18, 2020